ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ສີ ຈິ້ນ​ຜິງ ພົບ​ປະ​ກັບ​ນາຍົກລັດຖະມົນຕີ​ປາ​ກິດ​ສະຖານ

     ໂທລະພາບ​ແຫ່ງ ​ສປ ຈີນ ລາຍ​ງານ ວັນ​ທີ 7 ມິຖຸນາ 2024 ຜ່ານ​ມາ​ນີ້​ວ່າ: ຢູ່​ນະຄອນຫຼວງ​ປັກ​ກິ່ງ, ທ່ານ ສີ ຈິ້ນ​ຜິງ ປະທານ​ປະເທດ
​ຈີນ ໄດ້​ພົບ​ປະ​ກັບ ທ່ານ ມູ​ຮຳ​ມັດ ຊາບັສ ຊາ​ຣິ​​ຟ ນາຍົກລັດຖະມົນຕີ​ປາ​ກິດ​ສະຖານ ໃນ​ໂອກາດ​ທີ່​ທ່ານ​ເດີນທາງ​ມາ​ຢ້ຽມຢາມ​ປະເທດ​ຈີນ
​ຢ່າງ​ເປັນ​ທາງ​ການ. ທ່ານ ສີ ຈິ້ນ​ຜິງ ກ່າວ​ວ່າ: ຈີນ ແລະ ປາ​ກິດ​ສະຖານ ເປັນ​ປະເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ມີ​ສາຍພູ ແລະ ແມ່ນ້ຳ​ລຳເຊ​ຕິດ​
ຈອດ​ກັນ, ເປັນ​ເພື່ອນ​ມິດ​ທີ່​ຊື່ສັດ ແລະ ຍຸຕິ​ທຳ​ຕໍ່​ກັນ, ເປັນ​ຄູ່​ຮ່ວມ​ທີ່​ດີທີ່​ຊ່ວຍ​ຊູ​ຍູ້​ໜູນ​ກັນ ແລະ ເປັນ​ອ້າຍ​ນ້ອງ​ທີ່​ທຸກ​ສຸກ​ຮ່ວມ​ກັນ. ຝ່າຍ​ຈີນ
ຍິນ​ດີ​ຮ່ວມ​ກັບ​ຝ່າຍ​ປາ​ກິດ​ສະຖານ ເດັດດ່ຽວ​ສະ ໜັບສະໜູນ​ເຊີ່ງ​ກັນ ແລະ ກັນ, ຮັດ​ແໜ້ນ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ, ລົງ​ເລິກ​ການ
​ປະສານ​ງານ​ທາງ​ຍຸດ​ທະ​ສາດ, ເລັ່ງ​ລັດ​ການ​ສ້າງ​ຄູ່​ຮ່ວມ​ຊາຕາກຳ​ຈີນ-ປາ​ກິດ​ສະຖານ ທີ່​ແໜ້ນ​ແຟ້ນ​ກວ່າ​ເກົ່າ​ໃນ​ຍຸກ​ໃໝ່, ປະກອບສ່ວນ​ອັນ
​ໃຫຍ່​ຫຼວງ​ກວ່າ​ເກົ່າ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ພັດທະນາ ແລະ ຄວາມ​ຈະເລີນ​ຮຸ່ງເຮືອງ​ຂອງ​ພາກ​ພື້ນ.

     ໃນ​ໂອກາດ​ດັ່ງກ່າວ, ທ່ານ ມູ​ຮຳ​ມັດ ຊາບັສ ຊາ​ຣິ​​ຟ ກໍ​ໄດ້​ກ່າວ​ວ່າ: ທ່ານ​ປະທານ ສີ ຈິ້ນ​ຜິງ ສຸມ​ໃສ່​ຄວາມ​ຜາ​ສຸກ​ຂອງ​ມວນ​ມະນຸດ,
ຕັ້ງໜ້າ​ຊຸກຍູ້​ສັນຕິພາບ​ຂອງ​ໂລກ, ມີ​ຈຸດ​ຢືນ​ໃຫ້​ສົນທະນາ​ກັນແຕ່​ບໍ່​ແມ່ນ​ການ​ເປັນ​ປໍ​ລະ​ປັກ​ກັນ; ຂໍ້​ລິ​ເລີ່ມ​ການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​
ເສັ້ນທາງ”, ຂໍ້​ລິ​ເລີ່ມ​ການ​ພັດທະນາ​ທົ່ວ​ໂລກ, ຂໍ້​ລິ​ເລີ່ມ​ຄວາມ​ໝັ້ນຄົງ​ທົ່ວ​ໂລກ ແລະ ຂໍ້​ລິ​ເລີ່ມ​ອະລິຍະ​ທຳ​ທົ່ວ​ໂລກ ທີ່​ທ່ານ​ປະ ທານ ສີ ຈິ້ນ​
ຜິງ ສະເໜີ​ອອກ​ມາ​ນັ້ນໄດ້​ເປັນ​ການ​ຊີ້​ທິດ​ເຍືອງ​ທາງ​ດ້ານ​ຍຸດ​ທະ​ສາດ ໃນ​ການ​ແກ້​ໄຂ​ບັນ ຫາ​ຕ່າງໆ​ທີ່​ໂລກ​ພວມ​ປະ​ເຊີນ​ຢູ່​ໃນ​ປັດຈຸບັນ, ຊຸກ
ຍູ້​ການ​ສ້າງ​ໂລກ​ທີ່​ມີ​ສັນຕິພາບ​ຫຼາຍ​ກວ່າ​ເກົ່າ ແລະ ດີງາມ​ກວ່າ​ເກົ່າ, ຝ່າຍ​ປາ​ກິດ​ສະຖານ ຂໍ​ສະແດງ​ຄວາມ​ຊົມເຊີຍ​ຢ່າງ​ສູງ ແລະ ຈະ​ສຸມ
​ທຸກ​ກຳລັງ​ໃນ​ການ​ສະໜັບສະໜູນ​ຕໍ່​ຂໍ້​ລິ​ເລີ່ມ​ດັ່ງກ່າວ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 11/06/2024